ຜູ້ໂດຍສານທີ່ຕ້ອງກັນຄວາມຊ່ວຍເຫຼືອພິເສດ

 

1. ນະໂຍບາຍເດີນທາງນຳແອນ້ອຍ (INF)

  • ແອນ້ອຍຕ້ອງມີອາຍຸ 07 ວັນຂື້ນໄປ ຈຶ່ງສາມາດເດີນທາງໄດ້
  • ແອນ້ອຍຈະຕ້ອງມີໃບແຈ້ງເກີດເປັນເອກະສານ ອ້າງອິງໃນການເດີນທາງ
  • ແອນ້ອຍຈະຕ້ອງເດີນທາງນຳຜູ້ປົກຄອງເທົ່ານັ້ນ ຫຼື ຖ້າບໍ່ແມ່ນຈະຕ້ອງມີຫຼັກຖານອ້າງອິງແກ່ເຈົ້າໜ້າທີ່ ກວດຄົນອອກເມືອງ
  • ແອນ້ອຍຈະຕ້ອງມີສຸຂະພາບທີ່ແຂງແຮງ
  • ໃນກໍລະນີເປັນລູກແຝດ ຜູ້ປົກຄອງຈະຕ້ອງເດີນທາງ 02 ທ່ານ ແລະ ນັ່່ງແຍກກັນເພື່ອຄວາມປອດໄພ ໃນກໍລະນີເກີດເຫດສຸກເສີນ
  • ຄຳວ່າແອນ້ອຍ INF ແມ່ນ 07 ວັນ –  02 ປີ

 

 

2. ຄວາມຊ່ວຍເຫຼືອພິເສດ

2.1. ບໍລິການລໍ້ຍູ້ຜູ້ເຖົ້າ ຫຼື ຄົນເຈັບອອກເປັນ 03 ປະເພດຄື:

  • Wheelchair Ramp (WCHR): ສຳລັບຄົນທີ່ມີຄວາມສາມາດໃນການເຄື່ອນທີ່ດ້ວຍຕົນເອງ ແຕ່ຕ້ອງການຄົນຊ່ວຍເຫຼືອບາງເວລາ
  • Wheelchair Step (WCHS): ສຳລັບຄົນທີ່ມີຄວາມສາມາດໃນການເຄື່ອນໄຫວຊ້າໆ ຢູ່ໃນເຮືອບິນດ້ວຍຕົນເອງ, ແຕ່ຕ້ອງການຄວາມຊ່ວຍເຫຼືອໃນຊ່ວງເວລາ ໄປເຮືອບິນ/ລົງຈາກເຮືອ ແລະ ການເຄື່ອນຍ້າຍສະຖານທີ່
  • Wheelchair Cabin (WCHC): ສຳລັບບຸກຄົນທີ່ບໍ່ສາມາດເຄື່ອນຍ້າຍໄດ້ດ້ວຍຕົນເອງ. ບຸກຄົນນີ້ຈະຕ້ອງມີຜູ້ເດີນທາງນຳ ເພື່ອຊ່ວຍເຫຼືອໃນການ ຂື້ນລົງເຮືອບິນ ຫຼື ເຄື່ອນຍ້າຍ, ການເຄື່ອນທີ່ໃນອາຄານ ສາມາດນຳໃຊ້ພະນັກງານໄດ້

2.2. ການບໍລິການຄົນພິການຕາ

  • ສາມາດຮັບໄດ້ 01-04ຄົນ ບໍ່ຈຳເປັນຕ້ອງມີຄົນຕິດຕາມ
  • 05 ຄົນຂຶ້ນໄປ ຈະຕ້ອງມີຄົນຕິດຕາມ 01 ທ່ານ
  • 06-10ຄົນ ຈະຕ້ອງມີຜູ້ຕິດຕາມ 02 ທ່ານ

2.3. ການບໍລິການຫູໜວກ

  • ສາມາດຮັບໄດ້ ແຕ່ຕ້ອງການພະນັກງານດູແລເປັນພິເສດ

2.4. ການບໍລິການເດັກນ້ອຍເດີນທາງຄົນດຽວ UM ອາຍຸ 04-12 ປີ

  • ການບໍລິການນີ້ບໍ່ໄດ້ເສຍຄ່າໃດໆ
  • ຈະດູແລໂດຍພະນັກງານສາຍການບິນຈົນກວ່າຈະຮອດປາຍທາງ
  • ອາຍຸ 04-06 ປີ ຈະສາມາດຮັບໄດ້ແຕ່ 02 ຄົນເທົ່ານັ້ນ ແລະ ພະນັກງານ ສາຍການບິນ ຈະເປັນຜູ້ໃຫ້ບໍລິການ
  • ອາຍຸ 06-12 ປີ ເດັກສາມາດເດີນທາງຄົນດຽວໄດ້ ຫຼື ຈະໃຫ້ພະນັກງານບໍລິການ
  • UM ທຸກຄົນຈະຕ້ອງຕິດສະຕິກເກີ້ທີ່ເສື້ອຮັບປະກັນການສັງເກດທີ່ງ່າຍ

 

 

3. ການບໍລິການແມ່ຍິງຖືພາ

3.1. ແມ່ຍິງຖືພາ ຈະຕ້ອງມີປຶ້ມຝາກທ້ອງ ມີເວລາການກຳນົດເກີດ/ກຳນົດກວດຊັດເຈນ

3.2. ການຮັບຜູ້ໂດຍສານຖືພາແບ່ງອອກເປັນສອງປະເພດຄື:

  • ລູກແຝດບໍ່ເກີນ 33 ອາທິດ
  • ລູກຄົນດຽວບໍ່ໃຫ້ເກີນ 35 ອາທິດ
3.3. ແມ່ຍິງຖືພາຕັ້ງແຕ່ 07 ວັນຫາ 28 ອາທິດ ບໍ່ຈຳເປັນຕ້ອງມີເອກະສານຈາກແພດໝໍ (ບໍ່ຂຽນລາຍງານນັກບິນກໍ່ໄດ້)

3.4. ແມ່ຍິງຖືພາຕັ້ງແຕ່ 29-35 ອາທິດ ຈະຕ້ອງມີປຶ້ມຝາກທ້ອງ ແລະ ໃບອະນຸຍາດເດີນທາງຈາກແພດໝໍ FIT TO FLY

3.5. ຕັ້ງແຕ່ 35 ອາທິດຂຶ້ນໄປຫາ 36 ອາທິດ ສາຍການບິນ ລ້ານຊ້າງສາກົນ ຈະບໍ່ຮັບເດັດຂາດ ເພາະມີຄວາມສ່ຽງທີ່ຈະເກີດແບບກະທັນຫັນ

 

 

4. ເດີນທາງກັບສັດລ້ຽງ

  • ສັດລ້ຽງທີ່ສາມາດຮັບໄດ້: ໝາ, ແມວ, ປາ
  • ເຈົ້າຂອງສັດລ້ຽງ ຈະຕ້ອງມີປຶ້ມຕິດຕາມການສັກວັກຊິນຂອງສັດລ້ຽງ
  • ເຈົ້າຂອງສັດລ້ຽງ ຈະຕ້ອງພາໄປຄຣິນິກ ເພື່ອກວດສຸຂະພາບກ່ອນເດີນທາງ ເພື່ອຮັບປະກັນພະຍາດຕິດຕໍ່ ຫຼື ພະຍາດວໍ້
  • ສັດລ້ຽງ ເຊັ່ນ: ໝາ, ແມວ ທີ່ມີຄວາມສ່ຽງກໍ່ໃຫ້ເກີດສຽງດັງລົບກວນຜູ້ອື່ນ ຫຼື ລົບໜີອອກຈາກກົງ ຈະຕ້ອງໃສ່ຢານອນຫຼັບຊະນິດກິນ ຫຼື ສັກ ໂດຍເຈົ້າຂອງສັດລ້ຽງເອງກ່ອນ 01-02 ຊົ່ວໂມງກ່ອນເຮືອບິນຈະຂື້ນ
  • ສັດລ້ຽງຈະຕ້ອງຢູ່ໃນກົງສັດລ້ຽງທີ່ມີມາດຕະຖານ, ແໜ້ນໜາເພື່ອປ້ອງກັນອຸປະຕິເຫດທີ່ບໍ່ຄາດຄິດ
  • ຕ້ອງລ໋ອກກົງສັດລ້ຽງທຸກຄັ້ງ ຫຼັງຈາກໄດ້ຮັບຢານອນຫຼັບ
  • ສັດລ້ຽງຊະນິດປາ ຈະຕ້ອງໃຫ້ຖົງທີ່ມີອົກຊີເຈນ ແລະ ມັດຢ່າງດີ ໃສ່ແກັດໂຟມອີກເທື່ອໜຶ່ງ ເພື່ອປ້ອງກັນການຮົ່ວໃສ່ເຄື່ອງບິນ
  • ເອກະສານທີ່ຈຳເປັນສຳລັບການຂົນສົ່ງໝາ, ແມວ: ປຶ້ມຕິດຕາມການສັກວັກຊິນ, ໃບກວດສຸຂະພາບຈາກຄຣິນິກກ່ອນ 01-03 ວັນ